ລົດມືສອງ

ຂາຍ 26.000$ ລົດປີ 2010 ສະພາບດີ

Posted on Updated on

ລົດສະພາບດີ ຮັບປະກັນ ສາມາດກວດສອບໃດ້ ສົນໃຈສອບຖາມລາຍລະອຽດນຳເຈົ້່າຂອງລົດ ທີ່ເບີ 02078733022

g

6 ສິ່ງທີ່ຄວນປ່ຽນທັນທີ ໃນເວລາຊື້ລົດມືສອງ

Posted on

q160

ມັນເປັນເລື່ອງທີ່ແນ່ນອນທີ່ຈະຫາລົດມືສອງທີ່ສະພາບສົມບູນ 100% ແຕ່ກໍ່ມີບາງສິ່ງທີ່ເຮົາສາມາດບຳລຸງຮັກສາໃດ້ ທັນທີໃນເວລາເຮົາຊື້ລົດມືສອງ ເພື່ອໃຫ້ມີຄວາມພ້ອມໃນການໃຊ້ງານ. ອາດຈະເປັນເລື່ອງທີ່ຊວນເສຍເງິນເພີ່ມ   ແຕ່ມັນຈຳເປັນເດີໆໆໆໆ

ພວກເຮົາມາເບິ່ງກັນເລີຍວ່າສິ່ງທີ່ຄວນ ປະຕິບັດຫຼັງຈາກຊື້ລົດມືສອງມາ ວ່າມີຫຍັງແນ່:

ປ່ຽນຖ່າຍຂອງແຫລວທຸກຊະນິດ

ເຮົາຄວນປ່ຽນນ້ຳມັນເຄື່ອງ, ນ້ຳມັນເກຍ, ນ້ຳມັນເຟືອງທ້າຍ, ນ້ຳມັນເບກ, ນ້ຳມັນຄາດ , ນ້ຳມັນພວງມະໄລພາວເວີ, ນ້ຳມັນກະປຸກພວງມະໄລ

ນ້ຳຢາຫຼໍ່ເຢັນໜໍ້ນ້ຳ , ເພາະລົດບາງຄັນອາດຈອດໄວດົນບໍ່ໃດ້ໃຊ້ງານ ຫຼື ບໍ່ໄດ້ສະຕາດໃຊ້ງານເລີຍ ຈຶ່ງຈຳເປັນຕ້ອງຮີບຈັດການປ່ຽນທັນທີ່ທີ່ຊື້ມາ ຈະເປັນການດີ ແລະ ປອດໄພໃນອານາຄົດ

ສາຍພານຕ່າງໆ

ອັນທີຈິງບັນດາສາຍພານອາດຈະຍັງນຳໃຊ້ຂອງເກົ່ໃດ້ຢູ່ ແຕ່ກໍ່ຢາກຈະຂໍແນະນຳໃຫ້ປຽນ ເພາະຖ້າເກີດລົດທີ່ເຮົາຊື້ນັ້ນບໍ່ໃດ້ໃຊ້ງານ ຢາງອາດຈະແຂງ ແລະ ຂາດໃດ້ງ່າຍ

ກອງອາກາດ

ກອງອາກາດກໍ່ເປັນສິ່ງໜຶ່ງທີ່ສຳຄັນ ເພາະຖ້າມັນເປື້ອນເກີນໄປ ຈະເຮັດໃຫ້ການດູດອາກາດໃດ້ບໍ່ເຕັມທີ່ ແລະ ອາດຈະມີຈຸດທີ່ຂາດ ເມື່ອເວລາດູດອາກາດເຂົ້າໄປກໍ່ອາດເຮັດໃຫ້ມັນດູດເອົາອາກາດທີ່ບໍ່ສະອາດ ຫຼື ສິ່ງສົກກະປົກເຂົ້າໄປນຳ ເຊິ່ງອາດຈະເຮັດໃຫ້ຫ້ອງເຄື່ອງຈັກເກີດບັນຫາໃດ້

ໝໍ້ໄຟ

ຄວນປ່ຽນໃໝ່ເລີຍ ບໍ່ຕ້ອງລໍຖ້າຫາກຖືກົດທີ່ຈອດໄວ້ດົນບໍ່ໃດ້ໃຊ້ງານ ເພາະມັນຈະເຊື່ອມຄຸນນະພາບໄປເອງ ຫຼື ໝົດອາຍຸການໃຊ້ງານ ລະບົບເບກ

ເພື່ອຄວາມປອດໄພຂອງເຮົາເອງລະບົບເບກເປັນສິ່ງທຳອິດທີ່ຄວນເອົາໃຈໃສ່ເປັນອັບດັບແລກ ແລະ ທີ່ຢາກແນະນຳໃຫ້ປ່ຽນສາຍເບກເພື່ອກັນເບກແຕກ ແລະ ປັນຫາອື່ນໆ ແຕ່ສຳລັບຜ້າເບກຫາກບໍ່ມີສຽງຫຼືອາການຜິດປົກກະຕິ ກໍຖືວ່າຍັງໃຊ້ໃດ້

ທໍ່ຢາງ ທໍ່ຕໍ່ອື່ນໆ

ສິ່ງເຫຼົ່ານີ້ປ່ຽນໄດ້ກໍ່ຄວນປ່ຽນ ຢ່າຖ້າຈົນມັນແຂງ ແຫ້ງກອບ ຫຼື ບວມ ເພາະຖ້າມັນແຕກ ຫຼື ຫຼຸດອອກກະທັນຫັນ ກຽມເງິນກ້ອນໃຫຍ່ເພື່ອສ້ອມແປງໄວ້ເລີຍ ຂໍບອກ

ທີ່ກ່າວມານັ້ນຂໍບອກວ່າເປັນເລື່ອງທີ່ຈຳເປັນຫຼາຍເດີ ໃນເວລາຊື້ລົດມືສອງມາແລ້ວ ເຖິງມັນອາດຈະເປັນຂັ້ນຕອນ ແລະ ຂະບວນການຫຍຸ້ງຍາກ ແລະ ຕ້ອງໃດ້ເສຍເງິນເພີ່ມ ແຕ່ກໍ່ເພື່ອຮັບປະກັນຄວາມປອດໄພ ແລະ ໝັ້ນໃຈໃນການນຳໃຊ້ ທັງເປັນການປ້ອງກັນບັນຫາທີ່ອາດຈະເກີດຂື້ນໃດ້ຫາກບໍ່ເອົາໃຈໃສ່ ເດີໆໆໆໆໆໆໆ ຂໍເຕືອນ